ມາເລເຊຍ ມີຍອດຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມຂຶ້ນ 65% ໃນຕົ້ນປີນີ້
ຕາມຂ່າວຈາກ ກົວລາລຳເປີ ລາຍງານໃຫ້ຮູ້ວ່າ: ວັນທີ 8 ກຸມພາ 2024 ນີ້, ກະຊວງສາທາລະນະສຸກຂອງມາເລເຊຍ ໄດ້ລາຍງານວ່າໄດ້
ກວດພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກສະສົມໃນປະເທດຢ່າງໜ້ອຍ 18.247 ຄົນ ໄລຍະ 5 ອາທິດ ຂອງປີ 2024 ເພີ່ມຂຶ້ນ 65,6% ເມື່ອ
ທຽບໃສ່ ໄລຍະດຽວກັນກັບປີທີ່ຜ່ານມາ ທີ່ມີຜູ້ຕິດເຊື້ອພຽງ 11.127 ຄົນ.
ນັບແຕ່ຕົ້ນປີນີ້, ຍອດຜູ້ເສຍຊີວິດຈາກພະຍາດດັ່ງກ່າວມີ 9 ຄົນ. ສ່ວນປີທີ່ຜ່ານມາ, ມີຜູ້ເສຍຊີວິດ 6 ຄົນ. ອົງການອະນາໄມໂລກ ລາຍ
ງານວ່າ: ນັບຕັ້ງແຕ່ຕົ້ນ ປີ 2023 ມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໃນທົ່ວໂລກຫລາຍກວ່າ 5 ລ້ານຄົນ ແລະ ເສຍຊີວິດ ຫຼາຍກວ່າ 5.000 ຄົນ,
ສ່ວນໃຫຍ່ແມ່ນຢູ່ໃນພາກພື້ນ ອາເມຣິກາ, ອາຊີຕາເວັນອອກ ສ່ຽງໃຕ້ ແລະ ປາຊີຟິກຕາເວັນຕົກ.
ປັດຈຸບັນ ປະຊາກອນໂລກ ເກືອບທຸກພາກພື້ນ ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດອອກ ໂດຍສະເພາະຜູ້ທີ່ອາໄສຢູ່ ໃນປະເທດ
ທີ່ມີອາກາດຮ້ອນຊຸ່ມ ຫຼື ເຄິ່ງຮ້ອນຊຸ່ມແຕ່ຢ່າງໃດກໍ່ຕາມ ໄຂ້ເລືອດອອກ ຍັງຄົງປິ່ນປົວໄດ້ຕາມອາການ ແລະ ໃຊ້ເວລາປະມານ 1-2 ອາທິດໃນ
ການປິ່ນປົວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/02/2024